About_banner.jpg
Our_values_banner.jpg
Work_for_us_banner.jpg
About_banner.jpg

About the Company - Laotian


 

 

SCROLL DOWN

About the Company - Laotian


 

 

 

ກ່ຽວກັບດີລັກຟູດ ເຊີວິດສ໌ (DFS)

ຄຸນນະພາບທີ່ທ່ານເຊື່ອຖືໄດ້    

ດີລັກຟູດ ເຊີວິດສ໌ (DFS) ເປັນແຫຼ່ງສະໜອງອາຫານຈາກທົ່ວມູມໂລກ ທີ່ມີຄຸນນະພາບຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນຍຸກປະຈຸບັນ ກໍ່ຄືຜູ້ບໍລິໂພກ ທີ່ມີຄຸນນະພາບທີ່ສະອາດປອດໄພຖືກຫຼັກອະນາໄມຕາມລະບົບສາກົນ.

ດີລັກຟູດ ເຊີວິດສ໌(DFS)ເປັນບໍລິສັດແຖວໜ້າໃນການນຳເຂົ້າ ແລະ ເປັນຕົວແທນຈຳໜ່າຍຜະລິິດຕະພັນອາຫານຢີ່ຫໍ້ຊັ້ນນຳຈາກຕ່າງປະເທດ, ພວກເຮົາມຸ່ງມັ່ນທີ່ຈະນຳຄວາມເພີງພໍໃຈມາໃຫ້ກັບລູກຄ້າຂອງພວກເຮົາທຸກທ່ານ, ເຮົາໃຫ້ຄວາມສຳຄັນກັບລູກຄ້າທຸກທ່ານໃນການບໍລິການອາຫານໃນລະດັບອຸດສາຫະກຳ ທີ່ນຳສະເໜີບໍລິການ ແລະ ຜະລິດຕະພັນທີ່ມີຄຸນນະພາບສູງ ດ້ວຍຄຸນນະພາບທີ່ສະອາດປອດໄພຖືກຫຼັກອະນາໄມຕາມລະບົບສາກົນ.

 
 
 
Our_values_banner.jpg

Our Values - Laotian


Our Values - Laotian


 

ບໍລິສັດ ດີລັກຟູດ ກຣຸ໊ບ (DFG)

ບໍລິສັດ ດີລັກຟູດ ກຣຸ໊ບ (DFG) ສ້າງຕັ້ງຂຶ້ນໃນປີ 2002 ໂດຍແມ່ນບໍລິສັດຂອງຄົນເຊື້ອຊາດລາວ ສັນຊາດການາດາ ເຊິ່ງແມ່ນເປັນກຸ່ມບໍລິສັດທີ່ປະກອບໄປດ້ວຍສາງເຢັນໃນການເກັບຮັກສາຜະລິດຕະພັນອາຫານແຊ່ແຂງ, ມີສະຖານທີ່ຜະລິດອາຫານ(ແປຮູບ), ບໍລິການຂາຍສົ່ງອາຫານ, ຮ້ານອາຫານ ແລະ ມີຄວາມຊ່ຽວຊານໃນການຈັດຈຳໜ່າຍອາຫານທີ່ມີການຄວບຄຸມອຸນຫະພູມ ແລະ ເພິ່ມຄຸນຄ່າສິນຄ້າຍີ່ຫໍ້ຊັ້ນນຳເຂົ້າຈາກຕ່າງປະເທດເຊັ່ນ: ອາຫານທະເລ, ຊີ້ນສັດປີກ, ຜັກ, ມັນຝຣັງ(ເຟັນຟາຍ), ຜະລິດຕະປະຈຳວັນ ແລະ ຜະລິດຕະພັນອາຫານພື້ນບ້ານ ທີ່ມີຄຸນນະພາບສະອາດປອດໄພຖືກຫຼັກອະນາໄມຕາມລະບົບສາກົນ.

 

ຄຸນຄ່າຂອງພວກເຮົາ

ຄຸນນະພາບ - ຄຸນນະພາບແລະມາດຕະຖານດ້ານຄວາມປອດໄພສູງສຸດຕາມລະບົບສາກົນ ສຳລັບຜະລິດຕະພັນຂອງພວກເຮົາ
• ການບໍລິການ - ບໍລິການທີ່ດີເລີດໃຫ້ແກ່ລູກຄ້າ ແລະຜູ້ອື່ນໆ.
• ການເຮັດວຽກເປັນທີມ - ການເຮັດວຽກຮ່ວມກັນເພື່ອນຳໄປສູ່ຄວາໃສຳເລັດ.
ຄວາມຫຼາກຫຼາຍ - ວິທີການໃໝ່ໃນການຂະຫຍາຍຕົວທຸລະກິດພາຍໃນປະເທດແລະສາກົນ.
  ຄວາມຊື່ສັດ - ການໄວ້ວາງໃຈດ້ວຍຄວາມຊື່ສັດໃນທຸກສິ່ງທຸກຢ່າງທີ່ພວກເຮົາເຮັດ.
ການພັດທະນາຢ່າງຢັ້ງຢືນ - ພັດທະນາຜະລິດຕະພັນສະບຽງອາຫານ ແລະ ຊັບພະຍາກອນຍ່າງຢັ້ງຢືນ.
ຄວາມຮັບຜິດຊອບ - ພວກເຮົາເປັນບໍລິສັດທີ່ມີຄວາມຮັບຜິດຊອບຕໍ່ກັບສັງຄົມ.

 
Work_for_us_banner.jpg

Work for Us - Laotian


Work for Us - Laotian


 

ຮ່ວມວຽກກັບພວກເຮົາ

ບໍລິສັດ ດີລັກຟູດ ກຣຸ໊ບ(DFG) ພວກເຮົາຍິນດີຕ້ອນຮັບສຳລັບທຸກທ່ານທີ່ມີຄວາມກະຕືລືລົ້ນ, ຫ້າວຫັນຕໍ່ໜ້າທີ່ວຽກງານທີ່ຈະເຂົ້າມາຮ່ວມງານກັບເຮົາ, ພະນັກງານຂອງເຮົາຈະເປັນສ່ວນໜຶ່ງໃນການເຮັດໃຫ້ທຸລະກິດຂອງເຮົາປະສົບຄວາມສຳເລັດ, ພວກເຮົາເຮັດວຽກແບບຄອບຄົວ ແລະ ເຊື່ອມັ່ນໃນຄວາມເຄົາລົບແລະເຮັດວຽກເປັນທີມເພື່ອໃຫ້ບັນລຸເປົ້າໝາຍຂອງເຮົາໄປພ້ອມໆກັນ.

ຕໍາແໜ່ງທີ່ພວກເຮົາຕ້ອງການໃນປະຈຸບັນມີດັ່ງຕໍ່ໄປນີ້:

ຮ້ານບຸບເຟຢາກິ101 ປີ້ງຢ້າງສະໄຕ໋ຣຍີ່ປຸ່ນ  - ຜູ້ຈັດການທົ່ວໄປ>
ມີ່101 ຕົ້ນຕຳລັບ ແບບພື້ນເມືອງ - ຫົວໜ້າ ພໍ່ຄົວ>
ມີ່101 ຕົ້ນຕຳລັບ ແບບພື້ນເມືອງ - ພະນັກງານເສີ>
ມີ່101 ຕົ້ນຕຳລັບ ແບບພື້ນເມືອງ - ພະນັກງານເກັບ/ລ້າງຖ້ວຍ>
ຮ້ານດີລັກຟູດ ຊູບເປີມາເກັດ - ຫົວໜ້າຄຸມງານແລະຈັດຈຳໜ່າຍສິນຄ້າ>

 

Contact Us Footer - Laotian


Contact Us Footer - Laotian


 

ໃຫ້ພວກເຮົາເປັນສ່ວນໜຶ່ງຂອງທຸລະກິດທ່ານ.

ພວກເຮົາດູແລລູກຄ້າຂອງພວກເຮົາໂດຍຄວາມທຸ້ມເທ ໂດຍສຸມໃສ່ຄວາມຕ້ອງການຂອງທ່ານ ແລະ ຢັງຄຳນຶງເຖິງສັກກະຍະພາບຂອງພະນັກງານພວກເຮົາໃຫ້ມີຄວາມມຸ່ງໜັ່ນເພື່ອຄວາມສໍາພັນໄລຍະຍາວທີ່ນຳໄປສູ່ຄວາມສຳເລັດຂອງທຸກຝ່າຍ.

ພວກເຮົາຫວັງວ່າຈະໄດ້ເຮັດວຽກຮ່ວມກັບທ່ານ.